ກ່ຽວກັບພວກເຮົາ

ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແມ່ນເຄືອຂ່າຍໜຶ່ງຂອງອົງການຈັດຕັ້ງທາງສັງຄົມທີ່ໄດ້ເກີດຂຶ້ນໃນ ສປປ ລາວ ນັບແຕ່ປີ 2007 ເປັນຕົ້ນມາ. ສະມາຊິກຂອງ LIWG ປະກອບມີອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ລວມທັງສ່ວນບຸກຄົນທີ່ເຮັດວຽກດ້ານທີ່ດິນຢູ່ໃນ ສປປ ລາວ. ພາຍໃນເຄືອຂ່າຍປະກອບມີສະມາຊິກຫຼັກຫຼາຍກວ່າ 80 ທ່ານ ເຊິ່ງເປັນຕົວແທນຈາກອົງການຈັດຕັ້ງ ເກືອບ 40 ອົງການ ແລະ ສະມາຊິກສະໜັບສະໜູນແມ່ນມີຫຼາຍກວ່າ 180 ທ່ານ. ບັນດາກິດຈະກຳຕ່າງໆຂອງ LIWG ແມ່ນມີການດຳເນີນການໂດຍຜ່ານກອງເລຂາ ແລະ ຊີ້ນໍາໂດຍຄະນະກຳມະການເຊິ່ງເປັນຄະນະທີ່ມາຈາກການລົງຄະແນນເລືອກຕັ້ງ ໂດຍບັນດາສະມາຊິກຂອງ LIWG.

ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໄດ້ຖືກສ້າງຕັ້ງຂຶ້ນເພື່ອວ່າບັນດາສະມາຊິກຈະສາມາດແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນໄດ້ກ່ຽວກັບປະເດັນເລື່ອງທີ່ດິນໂດຍສະເພາະ ແມ່ນປະເດັນທີ່ກຳລັງເກີດຂື້ນຢ່າງແຜ່ຫຼາຍ ທີ່ກ່ຽວຂ້ອງກັບບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດ ແລະ ຄວາມກັງວົນກ່ຽວກັບຜົນກະທົບດ້ານລົບ ຕໍ່ການດຳລົງຊີວິດຂອງບັນດາຊຸມຊົນໃນເຂດຊົນນະບົດ; ແລະ ກໍ່ເພື່ອການລິເລີ່ມຮ່ວມກັນໃນການພັດທະນາຊ່ອງທາງການແກ້ໄຂບາງປະເດັນດັ່ງກ່າວນັ້ນ. ວຽກງານພື້ນຖານຂອງ LIWG ແມ່ນການຮ່ວມມືກັບຫລາຍພາກສ່ວນທີ່ກ່ຽວ ຂ້ອງເຊັ່ນ: ອົງການຈັດຕັ້ງທາງສັງຄົມ, ພາກສ່ວນລັດຖະບານ, ບັນດາອົງການຄູ່ຮ່ວມພັດທະນາ, ຂະແໜງການເອກະຊົນ ແລະ ສິ່ງສຳຄັນແມ່ນບັນດາຊຸມຊົນທ້ອງຖິ່ນ.

ບັນດາສະມາຊິກຂອງ LIWG ແມ່ນຕົວແທນຂອງບັນດາອົງການຈັດຕັ້ງທາງສັງຄົມ ແລະ ທີ່ປຶກສາເອກະລາດ ທີ່ເຮັດວຽກປະເດັນທີ່ດິນ ໃນ ສປປ ລາວ ແລະ ທັງເປັນຜູ້ທີ່ເຂົ້າຮ່ວມບາງວຽກງານທີ່ກ່ຽວຂ້ອງ ແລະ ຜູ້ທີ່ມີຄວາມປະສົງຢາກຈະເຂົ້າຮ່ວມກິດຈະກຳຂອງ LIWG. ກຸ່ມທີ່ເຮັດໜ້າທີ່ສະເພາະ ຫລື ກຸ່ມວິຊາການ ແມ່ນຈະມີການແຕ່ງຕັ້ງຂຶ້ນ ເພື່ອປຶກສາຫາລືບາງຫົວເລື່ອງສະເພາະ ຫລື ປຶກສາຫາລືບາງບັນຫາສະ ເພາະ ເພື່ອພັດທະນາຍຸດທະສາດ ແລະ ວິທີການປະຕິບັດຢ່າງເປັນເອກະພາບ ອີງຕາມຄວາມເປັນໄປໄດ້.

ບົດບາດ ຂອງກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ແມ່ນເພື່ອສະໜອງຂໍ້ມູນຂ່າວສານທີ່ກ່ຽວກັບທີ່ດິນ ແລະ ເຮັດໜ້າທີ່ເຊື່ອມຕໍ່ລະຫວ່າງເຄືອຂ່າຍ ແລະ ເປັນຕົວແບບໃນການປະຕິບັດຂັ້ນຊຸມຊົນເພື່ອ ພ້ອມກັນປະຕິບັດກິດຈະກຳທີ່ກ່ຽວຂ້ອງຂອງສະມາຊິກ ແລະ ຮັບປະກັນສິດຄອບຄອງນຳໃຊ້ທີ່ດິນຂອງປະຊາຊົນ.

ອົງກອນ

ວຽກງານຂອງ LIWG ສົ່ງເສີມການປູກຈິດສຳນຶກ ແລະ ຄວາມເຂົ້າໃຈຕໍ່ກັບ ຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ທີ່ກ່ຽວຂ້ອງກັບບັນດາໂຄງການທີ່ ໄດ້ນຳໃຊ້ທີ່ດິນ ໂດຍການເກັບກຳ ແລະ ເຜີຍແຜ່ຂໍ້ມູນ, ການອຳນວຍຄວາມສະດວກໃຫ້ແກ່ການສົນທະນາປຶກສາຫາລືກ່ຽວກັບປະເດັນທີ່ດິນ ແລະ ການວິໄຈ ກໍລະນີສຶກສາ. ບັນດາສະມາຊິກຂອງ LIWG ປະກອບດ້ວຍພະນັກງານຕົວແທນຈາກອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມລາວ ແລະ ຜູ້ທີ່ສົນໃຈສະເພາະສ່ວນບຸກຄົນ ໃນເລື່ອງປະເດັນທີ່ດິນໃນປະເທດລາວ ເຊິ່ງໃນັ້ນປະກອບມີ ເກືອບ 40 ອົງກອນ ທີ່ເປັນສະມາຊິກຫຼັກຂອງ LIWG.

LIWG ເປັນເຄືອຂ່າຍ ທີ່ນອນໃນ ເຄືອຂ່າຍຂອງອົງການຈັດຕັ້ງທາງສາກົນ iNGO Network, ເຊິ່ງເປັນເຄືອຂ່າຍອົງການຈັດຕັ້ງສາກົນຢູ່ໃນປະເທດລາວ. ຢູ່ໃນກົດບົນຍັດຂອງ ເຄືອຂ່າຍ LIWG ໄດ້ກໍານົດຊັດເຈນວກ່ຽວກັບ ກົດລະບຽບ, ສະມາຊິກ ແລະ ຂະບວນການຕັດສິນໃຈພາຍໃນເຄືອຂ່າຍ. LIWG ຢູ່ພາຍໃຕ້ການ ນຳພາຂອງຄະນະຊີ້ນຳ 7-ທ່ານ ເຊິ່ງຄະນະດັ່ງກ່າວ ແມ່ນ ເຮັດໜ້າທີ່ໃນການຊີ້ນໍາລວມຂອງເຄືອຂ່າຍ. ເຊິ່ງຄະນະດັ່ງກ່າວ ແມ່ນຕົວແທນ ຈາກອົງການຈັດຕັ້ງທາງສັງຄົມລາວ ແລະ ອົງການຈັດຕັ້ງສາກົນ. ກອງເລຂາ LIWG ເຊິ່ງປະກອບດ້ວຍ 4 ທ່ານ ແມ່ນເຮັດໜ້າທີ່ໃນການ ອຳນວຍຄວາມສະດວກ ແລະ ສະໜັບສະໜູນກິດຈະກຳຂອງສະມາ ຊິກ ແຕ່ວ່າບໍ່ແມ່ນຜູ້ນຳພາເຮັດກິດຈະກຳ. ບັນດາສະມາຊິກຂອງ LIWG ແມ່ນຕົວແທນຂອງບັນດາອົງການຈັດຕັ້ງທີ່ເປັນສະມາຊິກ ໂດຍແບ່ງອອກເປັນ 2 ກຸ່ມຄື: ສະມາຊິກຫລັກ ແລະ ສະມາຊິກສະໜັບສະໜູນ. ປັດຈຸບັນ ເຄືອຂ່າຍ LIWG ປະກອບມີສະມາຊິກຫຼັກ 80 ທ່ານ ທີ່ເປັນຕົວແທນ ຈາກອົງການຈັດຕັ້ງເກືອບ 40 ອົງການ ແລະ ສະມາຊິກສະໜັບສະໜູນແມ່ນປະກອບມີຫຼາຍກວ່າ 80 ທ່ານ.

ທ່ານສາມາດດາວໂຫຼດ ແຜ່ນພັບ ຂອງ LIWG ທັງພາສາລາວ ແລະ ພາສາອັງກິດ ຂ້າງລຸ່ມນີ້:

ເປັນຫຍັງຈຶ່ງມີ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ?

ສປປ ລາວ ຍັງຈະສືບຕໍ່ໄດ້ຮັບຜົນປະໂຫຍດຈາກຊັບພະຍາກອນທຳມະຊາດທີ່ຂ້ອນຂ້າງກວ້າງຂວາງ ແລະ ອຸດົມຮັ່ງມີ. ໃນໄລຍະ 15 ປີຜ່ານມາ ຊັບພະຍາກອນເຫລົ່ານີ້ໄດ້ຖືກນຳໃຊ້ຫລາຍຂຶ້ນເລື້ອຍໆ ໂດຍນັກລົງທຶນໂດຍກົງຈາກຕ່າງປະເທດດ້ວຍການສະໜັບສະໜູນຈາກບັນດາບຸກຄົນພາຍໃນປະເທດໃນຂົງເຂດການຂຸດຄົ້ນບໍ່ແຮ່,ໄຟຟ້າພະລັງນ້ຳ ແລະ ການຜະລິດດ້ານກະສິກຳ.

ຍ້ອນແນວນັ້ນການແຂ່ງຂັນການນໍາໃຊ້ທີ່ດິນ, ນ້ຳ ແລະ ປ່າໄມ້ ລະຫວ່າງບັນດານັກລົງທຶນຂະໜາດໃຫຍ່ ແລະ ບັນດາຊຸມຊົນຢູ່ເຂດຊົນນະບົດຈຶ່ງເພີ່ມຂື້ນຢ່າງຫຼວງຫຼາຍ. ການເພີ່ມຂື້ນຂອງການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ ເພື່ອພັດທະນາດ້ານເສດຖະກິດນັ້ນໄດ້ສ້າງໂອກາດຫຼາຍຢ່າງໃຫ້ແກ່ຊຸມຊົນ ເພື່ອປັບປຸງຊີວິດການເປັນຢູ່, ການເຂົ້າເຖິງໂຄງຮ່າງຂັ້ນພື້ນຖານ, ສ້າງໂອກາດທາງດ້ານອາຊີບ, ການດຳເນີນກິດຈະກຳທີ່ເປັນມິດແກ່ສິ່ງແວດລ້ອມ ແລະ ການມີສ່ວນຮ່ວມເທົ່າທຽມກັນຫຼາຍຂື້ນໃນຂະບວນການພັດທະນາ.

ແຕ່ໃນຂະນະດຽວກັນ ຄວາມກັງວົນກ່ຽວກັບປະເດັນທີ່ດິນ ທີ່ສົ່ງຜົນກະທົບທາງດ້ານລົບຕໍ່ວິຖີຊີວິດຂອງບັນດາຊົນເຜົ່າກຸ່ມນ້ອຍພັດເພີ່ມຂື້ນ. ບັນດາຊາວກະສິ ກອນຂະໜາດນ້ອຍ ກໍ່ຖືກຄຸມຄາມຈາກການສຳປະທານທີ່ດິນເພື່ອການຜະລິດກະສິກຳຂະໜາດໃຫຍ່. ນອກນັ້ນຍັງເກີດມີຄວາມສ່ຽງຫຼາຍຢ່າງທີ່ເກີດຂື້ນ, ໂດຍສະເພາະການເພີ່ມຂຶ້ນຂອງ ການເຄື່ອນຍ້າຍຂອງຊາວໜຸ່ມອອກຈາກເຂດຊົນ ນະບົດເຂົ້າສູ່ເຂດຕົວເມືອງ, ການຫລຸດລົງທາງດ້ານຈຳນວນ ແລະ ຜະລິດຕະພັນຈາກປ່າໄມ້ ແລະ ພາໃຫ້ເກີດມີການເຊື່ອມເສຍຕໍ່ທຶນຮອນທາງດ້ານທຳມະຊາດ, ຊັບພະຍາກອນມະນຸດ ແລະ ຄວາມເປັນເອກະລັກທາງດ້ານວັດ ທະນະທຳ ອັນໄດ້ພາໃຫ້ເກີດມີເສດຖະກິດທີ່ອາໄສຊັບພະຍາກອນທຳມະ ຊາດແບບບໍ່ຍືນຍົງ ແລະ ມີການຫລຸດລົງຂອງອາຫານ ແລະ ການຄ້ຳປະ ກັນທາງດ້ານໂພຊະນາການ. ດັ່ງນັ້ນຈຶ່ງມີຄວາມຈຳເປັນອັນຮີບດ່ວນທີ່ຕ້ອງມີການຮ່ວມມື ແລະ ປະສານງານດ້ານຕ່າງໆຈາກພາກສ່ວນກ່ຽວຂ້ອງທັງໝົດ ເພື່ອປ້ອງກັນບໍ່ໃຫ້ສະພາບການເຫລົ່ານີ້ມີຄວາມຮ້າຍແຮງຂື້ນຕື່ມອີກ.

ພວກເຮົາເຮັດຫຍັງ

ບົດບາດຂອງ LIWG ແມ່ນເພື່ອສະໜອງໃຫ້ມີເຄືອ່ຂ່າຍ ແລະ ສູນຂໍ້ມູນ ໂດຍການເຮັດໜ້າທີ່ເປັນອົງການເຊື່ອມຕໍ່ ແລະ ເປັນໂຕແບບຂອງການປະຕິບັດຂັ້ນຊຸມຊົນ ເພື່ອເຕົ້າໂຮມກໍາລັງແຮງ ລະຫວ່າງບັນດາກິດຈະກໍາ ທີ່ກ່ຽວຂ້ອງກັບການຮັບປະກັນສິດນໍາໃຊ້້ທີ່ດິນ ຂອງບັນດາສະມາຊິກ LIWG ມີຈຸດປະສົ່ງ ເພື່ອ ສົ່ງເສີມ , ພັດທະນາເຄືອຂ່າຍ ແລະ ຊຸມຊົນໃນການປະຕິບັດຕົວຈິງຢູ່ຂັ້ນພື້ນຖານໃຫ້ມີຄວາມເຂັ້ມແຂງກ່ຽວກັບວຽກງານທີ່ດິນ ພາຍໃນສະມາຊິກຂອງ LIWG ເພື່ອປະກອບສ່ວນເຂົ້າໃນຂະບວນການຕັດສິນໃຈ, ຮ່ວມກັນພັດທະນາ ແລະ ຈັດຕັ້ງ ປະຕິບັດນະໂຍບາຍ ໂດຍຜ່ານວິທີການທີ່ອີງໃສ່ 3 ເສົ້າຄໍ້າ (ຈຸດປະສົງຫຼັກ) ຄື:

ເສົ້າຄໍ້າທີ1: ການເຊື່ອມຕໍ່: ເຮັດໜ້າທີ່ເປັນຕົວແທນໃຫ້ແກ່ຮູບແບບການປະຕິບັດລະດັບຊຸມຊົນ ແລະ ເປັນອົງການເຊື່ອມຕໍ່ບັນດາສະມາຊິກຂອງກຸ່ມ, ບັນດາຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງຫລັກ ເພື່ອສ້າງຄວາມເຊື່ອມໂຍງ ແລະ ຄວາມເຊື່ອໝັ້ນ, ພັດທະນາພື້ນທີ່ ແລະ ຊອກທາງສຳລັບ ການສື່ສານ, ການແລກປ່ຽນຄວາມຮູ້ ສຳລັບການເຂົ້າຮ່ວມໃນວຽກງານ ການຄຸ້ມຄອງທີ່ດິນ.

ເສົ້າຄໍ້າທີ2: ການປຸກລະດົມ: ສະໜັບສະໜູນສະມາຊິກ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ເພື່ອຫັນເອົາວຽກງານກ່ຽວກັບສິດການນຳໃຊ້ທີ່ດິນເຂົ້າໃນການຈັດຕັ້ງປະຕິບັດວຽກງານຢູ່ຂັ້ນພື້ນຖານ, ເຂົ້າຮ່ວມໂດຍກົງກັບບັນດາຊຸມຊົນ ເພື່ອຫັນເອົານິຕິກຳ ແລະ ນະໂຍບາຍຕ່າງໆເຂົ້າສູ່ພາກປະຕິບັດຕົວຈິງ.

ເສົ້າຄໍ້າທີ 3: ການມີສ່ວນຮ່ວມ ອຳນວຍຄວາມສະດວກໃຫ້ແກ່ຂະບວນການ ເຂົ້າຮ່ວມໃນການກຳນົດນະໂຍບາຍ ແລະ ສົ່ງເສີມການສົນທະນາກ່ຽວກັບນະໂຍບາຍໃນບັນ ດາພາກສ່ວນກ່ຽວຂ້ອງເພື່ອປັບປຸງການຄ້ຳປະກັນສິດນຳໃຊ້ທ່ີດິນ ໂດຍການນຳເອົາບົດຮຽນ ທີ່ຖອນຖອດໄດ້ຈາກການສຶກສາຄົ້ນຄວ້າ ແລະ ການປະຕິບັດຕົວຈິງເຂົ້າໃນການສະເໜີ ຕ່າງໆກ່ຽວກັບການອອກນະໂຍບາຍ ແລະ ການເຮັດວຽກເປັນກຸ່ມ. ເພື່ອສະໜັບສະໜູນ ບັນດາສະມາຊິກຂອງ LIWG ໃຫ້ເຂົ້າຮ່ວມໃນຂະບວນການກຳນົດນະໂຍບາຍ ໂດຍສະເພາະ ການເຊື່ອມໂຍງນະໂຍບາຍເຂົ້າໃສ່ການປະຕິບັດຕົວຈິງ ກຸ່ມເຄືອຂ່າຍນີ້ ແມ່ນໄດ້ມີສ່ວນຮ່ວມໃນການພັດທະນາຄວາມສາມາດຂອງສະມາຊິກຂອງຕົນ ເຊິ່ງຖືເປັນ ວຽກງານທ່ີປະຕິບັດຮ່ວມກັນ.

loລາວ